ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ

ຄວາມເປັນມາ ແລະ ພາບລວມຂອງສະມາຄົມ

ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມສກ) ໄດ້ສ້າງຕັ້ງຂຶ້ນໃນປີ 2008 ໂດຍສະມາຊິກຊີດໍຣີສອດພູນຈໍານວນ 15 ທ່ານ ໄດ້ລົງທະບຽນເປັນສະມາຄົມບໍ່ຫວັງຜົນກໍາໄລໃນປີ 2010 ໄດ້ສ້າງຫ້ອງການໃນປີ 2011 ແລະ ໄດ້ຮັບຮອງເປັນສະມາຄົມໂດຍກະຊວງພາຍໃນ ສະບັບເລກທີ 799/ພນ, ລົງວັນທີ 09 ພະຈິກ 12.

ກຸ່ມເປົ້າໝາຍຫຼັກຂອງພວກເຮົາ ແມ່ນ ກຸ່ມປະຊາຊົນໃນຂັ້ນບ້ານ ໂດຍສະເພາະກຸ່ມແມ່ຍິງ ແລະ ເດັກ ທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງ ລວມທັງອໍານາດການປົກຄອງບ້ານ.

ສພມສກ ສຸມໃສ່ການສ້າງຄວາມເຂັ້ມແຂງ, ຄວາມເຂົ້າໃຈກ່ຽວກັບກົດໝາຍ ແລະ ສ້າງຈິດສໍານຶກດ້ານສິດທິແມ່ຍິງ ໂດຍເຮັດວຽກຮ່ວມກັບນັກສຶກສາກົດໝາຍ ທີ່ຫ້າວຫັນໃນການເຮັດກິດຈະກໍາເພື່ອສ້າງຈິດສໍານຶກດ້ານສິດທິແມ່ຍິງໃນມະຫາວິທະຍາໄລ, ຊຸມຊົນ ແລະ ວິທະຍາໄລກົດໝາຍຕ່າງໆ ໂດຍເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນກິດຈະກໍາໂຄງການ ແລະ ການຮຽນການສອນເລື່ອງກົດໝາຍທີ່ກ່ຽວຂ້ອງ. ນັກສຶກສາກົດໝາຍທີ່ໄດ້ເຂົ້າຮ່ວມໂຄງການໄດ້ເຮັດກິດຈະກໍາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຢູ່ໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ເຊິ່ງກຸ່ມນັກສຶກສາກົດໝາຍ ເປັນທ່າແຮງໜຶ່ງ ໃນການເຮັດໃຫ້ແມ່ຍິງ ແລະ ເດັກທີ່ຖືກຜົນກະທົບຈາກຄວາມຮຸນແຮງໃນຊຸມຊົນໄດ້ຮັບການຊ່ວຍເຫຼືອ.

ທີມງານພວກເຮົາມີຄວາມຮູ້ທາງດ້ານກົດໝາຍທີ່ສາມາດນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນການເຄື່ອນໄຫວກິດຈະກໍາຂອງສະມາຄົມ ເຊັ່ນວ່າ: ການຝຶກອົບຮົມບົດບາດຍິງ-ຊາຍ, ສິດ ແລະ ກົດໝາຍທີ່ພົວພັນກັບແມ່ຍິງ, ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ການປົກປ້ອງແຮງງານເຄື່ອນຍ້າຍ ແລະ ແມ່ຍິງຈາກການຄ້າມະນຸດ, ການເຊື່ອມທັດສະນະບົດບາດຍິງ-ຊາຍເຂົ້າໃນການຮຽນ-ການສອນກົດໝາຍ, ການໃຫ້ຄໍາປຶກສາດ້ານກົດໝາຍແກ່ແມ່ຍິງທີ່ດ້ອຍໂອກາດ ແລະ ການເຮັດບົດຄົ້ນຄວ້າວິໄຈບັນຫາທີ່ກ່ຽວພັນກັບແມ່ຍິງ.

ນອກຈາກນັ້ນແລ້ວ ສພມສກ ໄດ້ເຫັນຄວາມສໍາຄັນຂອງແມ່ຍິງໃນເລື່ອງການປ່ຽນແປງສະພາບດິນ, ຟ້າ ແລະ ອາກາດ. ຜົນກະທົບທີ່ເກີດຂຶ້ນຈາກສະພາບການປ່ຽນແປງທໍາມະຊາດ ແລະ ສິ່ງແວດລ້ອມ, ການລະບາດຂອງພະຍາດ ທີ່ສົ່ງຜົນຕໍ່່ບົດບາດຍິງ-ຊາຍໃນດ້ານຕ່າງໆ ຈຶ່ງໄດ້ເຊື່ອມເນື້ອໃນນີ້ເຂົ້າໄປໃນກິດຈະກໍາຂອງ ສພມສກ ເພື່ອສ້າງໃຫ້ຊຸມຊົນໄດ້ມີຈິດສໍານຶກໃນການປັບຕົວເພື່ອຄວາມຢູ່ລອດ ແລະ ໄດ້ພັດທະນາຄຸນນະພາບຊີວິດໃຫດີຂຶ້ນ.

ວິໄສທັດ

ສັງຄົມມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ລວມເຖິງການມີໂອກາດເທົ່າທຽມກັນ, ມີສ່ວນຮ່ວມໃນ ການຕັດສິນບັນຫາ ແລະ ເຂົ້າເຖິງລະບົບຍຸຕິທຳ.

ພາລະກິດ

ຝຶກອົບຮົມບົດບາດຍິງ-ຊາຍ, ການຢຸດຕິການໃຊ້ຄວາມຮຸນແຮງບົນພຶ້ນຖານທາງເພດ, ການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ (ສົນທິສັນຍາຊີດ), ການປົກປ້ອງແຮງງານເຄື່ອນຍ້າຍ ແລະ ການຕົກເປັນເຫຍື່ອຂອງການຄ້າມະນຸດ, ການປ່ຽນແປງສະພາບດິນ, ຟ້າ ແລະ ອາກາດ, ການຕອບໂຕ້ການລະບາດຂອງພະຍາດ ໃຫ້ກັບວິຊາການກົດໝາຍ, ຄູອາຈານ, ນັກສຶກສາ ແລະ ຊຸມຊົນ ພ້ອມທັງເຜີຍແຜ່ກົດໝາຍທີ່ກ່ຽວພັນກັບແມ່ຍິງເພື່ອປູກຈິດສໍານຶກ ແລະ ສົ່ງເສີມແມ່ຍິງໃຫ້ຮູ້ຈັກນໍາໃຊ້ສິດເຂົ້າໃນການພັດທະນາເພື່ອກາຍເປັນຜູ້ນໍາ, ເຊື່ອມທັດສະນະບົດບາດຍິງ-ຊາຍເຂົ້າໃນການສອນ, ການດໍາລົງຊີວິດ ແລະ ທຸກຂົງເຂດວຽກງານເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຄວາມຍຸຕິທໍາ.

ຄ່ານິຍົມ

ສພມສກ ເຊື່ອໝັ້ນວ່າ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແມ່ນເພື່ອໃຫ້ມີການປ່ຽນແປງທັດສະນະຄະຕິຂອງສັງຄົມລາວ ແລະ ເຮັດໃຫ້ຜູ້ຊາຍນັບຖືສິດທິແມ່ຍິງຫຼາຍຂຶ້ນ. ເປີດໂອກາດ, ຮຽນຮູ້, ເຜີຍແຜ, ສາມັກຄີ, ມີສ່ວນຮ່ວມ, ໂປ່ງໃສ, ສະເໝີພາບ.